ສມກຈ ຮ່ວມກັບໂຄງການຂອງ ILO ຈັດການຝຶກອົບຮົມ ແລະ ໂຄດສ໌ (coaching) ພາຍໃຕ້ຫົວຂໍ້: ການວາງແຜນທຸລະກິດ ແລະ ການຄຸ້ມຄອງການບໍລິຫານການເງິນ ເພື່ອເຂົ້າຫາແຫຼ່ງທືນ ສຳລັບ ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ. ການຝຶກອົບຮົມດັ່ງກ່າວເປັນການໃຫ້ຄຳແນະນຳ ແລະ ຄວາມຮູ້ກ່ຽວກັບການວາງແຜນທຸລະກິດ ແລະ ການບໍລິຫານການເງິນ. ນອກນັ້ນພວກເຮົາຍັງຈະຊ່ວຍໃຫ້ຄຳແນະນຳເຈົ້າຂອງທຸລະກິດໃນການສ້າງແຜນທຸລະກິດຂອງຕົນຈົນກວ່າຈະສຳເລັດ ເພື່ອນຳໄປຂໍອະນຸມັດເງິນກູ້ຈາກທະນາຄານໄດ້ຢ່າງວ່ອງໄວ.
ລາຍລະອຽດການຝຶກອົບຮົມ:
- ວັນທີ 30 ມັງກອນ – 01 ກຸມພາ 2019 ຈັດທີ່ ນະຄອນຫຼວງພະບາງ ສະຖານທີ່ແມ່ນ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫຼວງພະບາງ
- ວັນທີ 12-14 ກຸມພາ 2019 ຈັດທີ່ ນະຄອນປາກເຊ ສະຖານທີ່ແມ່ນ ສະມາຄົມກາເຟລາວ
ສິ່ງທີ່ທ່ານຈະໄດ້ຮັບ:
- ຄູ່ມືແນະນຳ ແລະ ອຸປະກອນການຝືກອົບຮົມ.
- ແບບຟອມຕ່າງໆ ທີ່ຮັບຮອງຈາກທະນາຄານ.
- ການຝຶກອົບຮົມ ແລະ ການຝຶກສອນ.
- ເຄືອຂ່າຍຂອງທຸລະກິດ SME ແລະ ທະນາຄານ.
- ເອກະສານຕ່າງໆທີ່ໄດ້ຈາກກອງປະຊຸມກັບທະນາຄານ.
- ສິ່ງທີ່ຕ້ອງການກ່ຽວກັບເງິນກູ້.
- ຄູຝຶກໂຄດ (Coaching) ໃຫ້ຜູ້ເຂົ້າຮ່ວມຈົນກວ່າແຜນຈະສຳເລັດ
ຄ່າຮຽນແມ່ນ 100 ໂດລາ ເທົ່ານັ້ນ (ປົກະຕິລາຄາເຕັມແມ່ນ 300 ໂດລາ, ແຕ່ 200 ໂດລາ ແມ່ນຜູ່ໃຫ້ທຶນໂຄງການ ILO, ທະນາຄານໂລກ ແລະ ກະຊວງອຸດສະຫາະກຳ ແລະ ການຄ້າ ສະໜັບສະໜູນ)